ແປລາວ-ຄາລາໂອເກະ
Lao Karaoke Translator

ນະໂຍບາຍຄວາມເປັນສ່ວນຕົວ

ອັບເດດລ່າສຸດ: ສິງຫາ 2026

ອ່ານກ່ອນໃຊ້

ເຄື່ອງມືນີ້ຍັງຢູ່ໃນໄລຍະພັດທະນາ ຍັງບໍ່ທັນປະກາດເປັນຮຸ່ນສະຖຽນ. ໃນໄລຍະນີ້ ທຸກຄັ້ງທີ່ທ່ານແປ ຂໍ້ຄວາມນັ້ນຈະຖືກບັນທຶກໄວ້ ເພື່ອນຳໄປປັບປຸງຄວາມຖືກຕ້ອງຂອງການແປ. ການເກັບຂໍ້ມູນນີ້ເປັນສ່ວນທີ່ຈຳເປັນຂອງການໃຫ້ບໍລິການ ບໍ່ສາມາດປິດໄດ້. ຖ້າທ່ານບໍ່ຕ້ອງການໃຫ້ຂໍ້ຄວາມຖືກບັນທຶກ ກະລຸນາຢ່າໃຊ້ເຄື່ອງມືນີ້.

ຢ່າພິມ ຫຼື ວາງຂໍ້ມູນສ່ວນຕົວ, ລະຫັດຜ່ານ, ເລກບັນຊີ ຫຼື ຄວາມລັບໃດໆ ລົງໃນເຄື່ອງມືນີ້.

ຂໍ້ມູນທີ່ເກັບ

ຂໍ້ຄວາມ
ຂໍ້ຄວາມທີ່ທ່ານພິມ ແລະ ຜົນການແປທີ່ໄດ້
ທິດທາງ
ແປລາວເປັນຄາລາໂອເກະ ຫຼື ຄາລາໂອເກະເປັນລາວ
ໝາຍເລກ IP
ໝາຍເລກອິນເຕີເນັດຂອງເຄື່ອງທີ່ສົ່ງຄຳຂໍເຂົ້າມາ
ປະເທດ
ລະຫັດປະເທດທີ່ໄດ້ຈາກເຄືອຂ່າຍ
ອຸປະກອນ
ຊະນິດເຄື່ອງ (ໂທລະສັບ, ຄອມພິວເຕີ) ແລະ ຊື່ບຣາວເຊີ
ພາສາໜ້າຈໍ
ພາສາທີ່ທ່ານເລືອກໃຊ້ໃນເວັບ
ເວລາ
ວັນທີ ແລະ ເວລາຂອງການແປ

ບໍ່ມີບັນຊີຜູ້ໃຊ້ ບໍ່ຕ້ອງລົງທະບຽນ ແລະ ບໍ່ໄດ້ຂໍຊື່, ອີເມວ ຫຼື ເບີໂທ. ບໍ່ໃຊ້ຄຸກກີ້ເພື່ອຕິດຕາມຜູ້ໃຊ້ຂ້າມເວັບ ຄຸກກີ້ທີ່ມີແມ່ນສຳລັບການເຂົ້າສູ່ລະບົບຝ່າຍຈັດການເທົ່ານັ້ນ.

ເກັບໄປເຮັດຫຍັງ

ໃຊ້ຢ່າງດຽວເພື່ອປັບປຸງຕົວແປ. ການອ່ານບັນທຶກເຮັດໃຫ້ເຫັນວ່າຄຳໃດແປຜິດເລື້ອຍທີ່ສຸດ ແລ້ວແກ້ຕາມລຳດັບຄວາມຖີ່ຈິງ ແທນການເດົາ. ໝາຍເລກ IP ຊ່ວຍໃຫ້ຮູ້ວ່າຂໍ້ຄວາມຫຼາຍລາຍການ ມາຈາກຄົນດຽວກັນ ຈຶ່ງນັບສະຖິຕິບໍ່ຊ້ຳ ແລະ ປ້ອງກັນການສົ່ງຂໍ້ມູນຂີ້ເຫຍື້ອ.

ບໍ່ຂາຍ ບໍ່ແລກປ່ຽນ ແລະ ບໍ່ສົ່ງຂໍ້ມູນໃຫ້ບຸກຄົນທີສາມເພື່ອການໂຄສະນາ. ບໍ່ມີໂຄສະນາໃນເວັບນີ້.

ໃຜເຫັນໄດ້

ບັນທຶກເປີດເບິ່ງໄດ້ສະເພາະຜູ້ດູແລເວັບ ຜ່ານໜ້າຈັດການທີ່ຕ້ອງເຂົ້າສູ່ລະບົບ. ຂໍ້ມູນເກັບຢູ່ຖານຂໍ້ມູນຂອງຜູ້ໃຫ້ບໍລິການພື້ນຖານລະບົບທີ່ເວັບນີ້ໃຊ້ງານຢູ່. ຄຳສັບທີ່ຖືກຄັດເລືອກເຂົ້າຄັງຄຳຈະຖືກເກັບເປັນຄຳໂດດໆ ບໍ່ຜູກກັບຂໍ້ຄວາມຕົ້ນສະບັບ ຫຼື ຜູ້ສົ່ງ.

ເກັບໄວ້ດົນປານໃດ

ບັນທຶກຈະຖືກເກັບໄວ້ຕະຫຼອດໄລຍະພັດທະນາ ຈົນກວ່າຈະປະກາດເປັນຮຸ່ນສະຖຽນ. ເມື່ອປະກາດແລ້ວ ການເກັບຂໍ້ຄວາມ ແລະ ໝາຍເລກ IP ຈະຢຸດລົງ ແລະ ບັນທຶກເກົ່າຈະຖືກລຶບ ຫຼື ຕັດຂໍ້ມູນທີ່ລະບຸຕົວອອກ. ໜ້ານີ້ຈະຖືກປັບປຸງເມື່ອເຖິງເວລານັ້ນ.

ສິດຂອງທ່ານ ແລະ ການຕິດຕໍ່

ຢາກໃຫ້ລຶບຂໍ້ຄວາມທີ່ທ່ານເຄີຍແປ ຫຼື ມີຄຳຖາມກ່ຽວກັບຂໍ້ມູນ ຕິດຕໍ່ໄດ້ທີ່ ຊຽງເປີມ : xiengperm ຫຼື xiengperm.dev. ບອກເວລາໂດຍປະມານ ແລະ ຂໍ້ຄວາມທີ່ຕ້ອງການລຶບມານຳ ເພື່ອຄົ້ນຫາໄດ້ຖືກ.

ພາສາອື່ນ

ไทย เครื่องมือนี้ยังอยู่ระหว่างพัฒนา ยังไม่ประกาศเป็นรุ่นเสถียร ในช่วงนี้ทุกครั้งที่แปล ระบบจะบันทึกข้อความที่พิมพ์ ผลลัพธ์ หมายเลข IP ประเทศ ชนิดอุปกรณ์ ภาษาหน้าจอ และเวลาไว้ เพื่อนำไปปรับปรุงความถูกต้องของการแปล ปิดการเก็บไม่ได้ ไม่ขายและไม่ส่งต่อให้ผู้อื่น กรุณาอย่าพิมพ์ข้อมูลส่วนตัวหรือความลับลงในเครื่องมือนี้ เมื่อประกาศรุ่นเสถียรแล้วจะหยุดเก็บและลบบันทึกเก่า

English This tool is still in development and has not been declared stable. During this period every conversion is logged: the text you type, the result, your IP address, country, device type, interface language and the time. This cannot be turned off, and it exists to find the words the converter gets wrong so they can be fixed in order of how often they actually occur. The data is never sold or shared for advertising. Do not paste anything private. When a stable release is declared, text and IP logging stops and the old log is deleted or stripped of identifying data.

ກັບໄປໜ້າແປ ເງື່ອນໄຂການໃຊ້ງານ ກ່ຽວກັບເຮົາ