ແປລາວ-ຄາລາໂອເກະ
Lao Karaoke Translator

ເງື່ອນໄຂການໃຊ້ງານ

ອັບເດດລ່າສຸດ: ສິງຫາ 2026 (ຮຸ່ນ 0.60.3)

ຍັງເປັນຮຸ່ນທົດລອງ

ເຄື່ອງມືນີ້ຍັງຢູ່ໃນໄລຍະພັດທະນາ ຍັງບໍ່ທັນປະກາດເປັນຮຸ່ນສະຖຽນ. ໃນໄລຍະນີ້ການເກັບຂໍ້ມູນການໃຊ້ງານແມ່ນສ່ວນໜຶ່ງທີ່ຈຳເປັນຂອງການໃຫ້ບໍລິການ ແລະ ປິດບໍ່ໄດ້ ຕາມທີ່ອະທິບາຍໄວ້ໃນ ນະໂຍບາຍຄວາມເປັນສ່ວນຕົວ. ການເລີ່ມໃຊ້ເຄື່ອງມືນີ້ ຖືວ່າທ່ານຍອມຮັບເງື່ອນໄຂດັ່ງກ່າວ ຖ້າບໍ່ຍອມຮັບ ກະລຸນາຢ່າໃຊ້.

ການໃຫ້ບໍລິການ

ໃຊ້ໄດ້ຟຣີ ບໍ່ຕ້ອງລົງທະບຽນ ບໍ່ມີໂຄສະນາ ແລະ ບໍ່ມີການເກັບເງິນ. ໃຫ້ບໍລິການ "ຕາມສະພາບທີ່ເປັນຢູ່" ໂດຍບໍ່ມີການຮັບປະກັນວ່າຈະໃຊ້ໄດ້ຕະຫຼອດເວລາ ຫຼື ຈະແປຖືກຕ້ອງທຸກຄຳ.

ຄາລາໂອເກະບໍ່ມີການສະກົດທີ່ຕາຍໂຕ ຜົນການແປຈຶ່ງເປັນຂໍ້ສະເໜີ ບໍ່ແມ່ນຄຳຕອບທາງການ. ສຳລັບເອກະສານທາງການ ຊື່ຄົນ ຫຼື ວຽກທີ່ມີຜົນທາງກົດໝາຍ ກະລຸນາກວດສອບກັບແຫຼ່ງທາງການອີກເທື່ອໜຶ່ງ.

ການນຳໃຊ້ທີ່ຍອມຮັບໄດ້

ຂໍ້ຄວາມທີ່ທ່ານພິມ

ທ່ານຍັງເປັນເຈົ້າຂອງຂໍ້ຄວາມຂອງທ່ານ. ແຕ່ໃນໄລຍະພັດທະນານີ້ ທ່ານອະນຸຍາດໃຫ້ເກັບ ແລະ ນຳຂໍ້ຄວາມນັ້ນໄປວິເຄາະ ເພື່ອປັບປຸງຄວາມຖືກຕ້ອງຂອງການແປ. ລາຍລະອຽດວ່າເກັບຫຍັງແດ່ ແລະ ດົນປານໃດ ຢູ່ໃນ ນະໂຍບາຍຄວາມເປັນສ່ວນຕົວ.

ການປ່ຽນແປງ

ເງື່ອນໄຂນີ້ອາດຖືກປັບປຸງເມື່ອເຄື່ອງມືພັດທະນາຕໍ່ ໂດຍສະເພາະເມື່ອປະກາດຮຸ່ນສະຖຽນ ເຊິ່ງການເກັບຂໍ້ຄວາມຈະຢຸດລົງ. ວັນທີອັບເດດຢູ່ດ້ານເທິງຂອງໜ້ານີ້.

ຕິດຕໍ່

ຊຽງເປີມ : xiengperm ຫຼື xiengperm.dev

ພາສາອື່ນ

ไทย เครื่องมือนี้ยังเป็นรุ่นทดลอง ยังไม่ประกาศเป็นรุ่นเสถียร ในช่วงนี้การเก็บข้อมูลการใช้งาน เป็นส่วนจำเป็นของบริการและปิดไม่ได้ การเริ่มใช้งานถือว่ายอมรับเงื่อนไขนี้ ให้บริการฟรีตามสภาพที่เป็นอยู่ ไม่รับประกันความถูกต้องทุกคำ สำหรับเอกสารทางการควรตรวจสอบซ้ำอีกครั้ง

English This tool is a pre-stable release. During this period, usage logging is a required part of the service and cannot be turned off; by using the tool you accept that. It is free and provided as is, with no guarantee of uptime or of a correct spelling for every word. Karaoke has no single correct spelling, so treat the output as a suggestion and check anything official against an authoritative source.

ກັບໄປໜ້າແປ ນະໂຍບາຍຄວາມເປັນສ່ວນຕົວ ກ່ຽວກັບເຮົາ